Page 66 - ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ
P. 66
ໝວດທີ 3
ການໂຕ້ຖຽງ
ມາດຕາ 251 ການໂຕ້ຖຽງຂອງຄ ່ຄວາມ
ການໂຕ້ຖຽງຂອງຄ ່ຄວາມ ແມ່ນ ການອອກຄໍາຄິດຄໍາເຫັນ ທີື່ມີລັກສະນະໂຕ້ແຍ່ງກັນ ລະຫວ່າງ ໂຈດ
ກັບ ຈໍາເລີຍ ໃນທີື່ປະຊຸມສານກ່ຽວກັບຄວາມເປັນຈິງຂອງຄະດີ.
ີ
ຄະນະສານ ນໍາເອົາບັນດາຫຼັກຖານໃນຄະດີມາສະເໜີຕໍໍ່ທີື່ປະຊຸມສານ ແລ້ວຈຶື່ງເປດການໂຕ້ຖຽງ ລະຫວ່າງ
ີ
ໂຈດ ກັບ ຈໍາເລີຍ ພ້ອມທັງຜ ້ປົກປ້ອງຂອງພວກກ່ຽວ (ຖ້າມ).
ໂຈດ ແລະ ຈໍາເລີຍ ຈະນໍາເອົາເອກະສານ ຫຼ ຫຼັກຖານຕ່າງໆ ທີື່ຕົນມ ແລະ ເປັນຜົນປະໂຫຍດໃຫ້ແກ່ຕົນ
ີ
ອອກມາສະເໜີຕໍໍ່ຄະນະສານຕ ື່ມອີກກໍໄດ້. ຄະນະສານ ຕ້ອງວາງຕົວເປັນກາງ ໃນການຖາມ ໂຈດ ແລະ ຈໍາເລີຍ
ດ້ວຍເຫດຜົນຢ່າງມີຈຸດສຸມ.
ໃນການໂຕ້ຖຽງນັີ້ນ ຕ້ອງໃຫ້ແຕ່ລະຝ່າຍມີຄໍາເຫັນໂຕ້ຕອບກັນ ເພ ື່ອຊອກຫາຄວາມຖ ກຕ້ອງ ແລະ
ຄວາມເປັນຈິງໃນຄະດີ.
ມາດຕາ 252 ລໍາດັບການໂຕ້ຖຽງ
ເມ ື່ອສິີ້ນສຸດການໄຕ່ສວນແລ້ວ ຄະນະສານ ຈະສັງລວມປະເດັນທີື່ຍັງມີຂໍ໎້ສົງໄສ ຫຼ ຂໍ໎້ຂັດແຍ່ງ ເພ ື່ອຍົກ
ຂຶີ້ນມາໂຕ້ຖຽງ ໃນທີື່ປະຊຸມສານ ຕາມລໍາດັບ ຄ ຝ່າຍໂຈດ, ຝ່າຍຈໍາເລີຍ ຫຼ ບຸກຄົນທີສາມ ຊຶື່ງຕ້ອງນໍາເອາ
ົ
ີ
ຫຼັກຖານມາ ຢັັ້ງຢືນ ຫຼ ຊີີ້ແຈງ ກ່ຽວກັບປະເດັນທີື່ມ ຂໍ໎້ສົງໄສ ຫຼ ຂັດແຍ່ງນັີ້ນ.
ຄະນະສານ ອາດຈະນໍາເອົາ ຂໍ໎້ມ ນ ຫຼັກຖານ ໃດໜຶື່ງ ທີື່ບໍໍ່ທັນເປັນເອກະພາບກັນນັີ້ນ ຍົກຂຶີ້ນມາໂຕ້ຖຽງ
ໃນທີື່ປະຊຸມສານຕ ື່ມອີກກໍໄດ້.
ມາດຕາ 253 ຂອບເຂດຂອງການໂຕ້ຖຽງ
ການໂຕ້ຖຽງ ແລະ ການຊີີ້ແຈງ ຂອງຄ ່ຄວາມ ຈະບໍໍ່ຈໍາກັດເວລາ ແຕ່ຄະນະສານຕ້ອງຄວບຄຸມ
ການໂຕ້ຖຽງນັີ້ນ ໃຫ້ຢ ່ໃນຂອບເຂດປະເດັນທີື່ຂັດແຍ່ງກັນ, ຖ້າຫາກຄ ່ຄວາມມີຄໍາເຫັນ ຫຼ ຍົກຫຼັກຖານ
ນອກປະເດັນທີື່ບໍໍ່ກ່ຽວຂ້ອງກັບຄະດີແລ້ວ ຄະນະສານຕ້ອງຄວບຄຸມໃຫ້ເຂົີ້າສ ່ປະເດັນຂອງຄະດີ.
ມາດຕາ 254 ການມີຄໍາເຫັນສຸດທ້າຍຂອງຄ ່ຄວາມ
ເມ ື່ອຄ ່ຄວາມ ໄດ້ຍົກ ຂໍ໎້ມ ນ ຫຼັກຖານ ຄົບຖ້ວນ ແລະ ຈະແຈ້ງແລ້ວ ຄະນະສານຕ້ອງໃຫ້ຝ່າຍໂຈດ ແລະ
ຈໍາເລີຍ ສັງລວມການຮ້ອງຟ້ອງ ແລະ ການແກ້ຟ້ອງ ຫຼ ການຟ້ອງແຍ່ງ ຂອງຕົນ ແລະ ມີຄໍາເຫັນສຸດທ້າຍກ່ຽວກັບ
ຂໍ໎້ມ ນ ຫຼັກຖານ ທີື່ໄດ້ສະເໜີຕໍໍ່ສານນັີ້ນ ວ່າຄົບຖ້ວນ ຫຼ ຍັງມີຫຼັກຖານໃດຕ ື່ມ ທີື່ບໍໍ່ທັນນໍາມາສະເໜີ ທັງນີີ້ກໍເພ ື່ອ
ຮັບປະກັນໃຫ້ການພິຈາລະນາຕັດສີນຂອງສານ ຖ ກຕ້ອງ ແລະ ຍຸຕິທໍາ.
ໝວດທີ 4
ການພິຈາລະນາໃນຫ້ອງປະຊຸມລັບ ແລະ ການປະກາດຄໍາຕັດສີນ
ມາດຕາ 255 ການພິຈາລະນາໃນຫ້ອງປະຊຸມລັບ
ມີແຕ່ຄະນະສານຕັດສີນເທົົ່ານັີ້ນ ຈຶື່ງສາມາດເຂົີ້າຮ່ວມພິຈາລະນາຄະດີ ໃນຫ້ອງປະຊຸມລັບ.
ການພິຈາລະນາຄະດີ ໃນຫ້ອງປະຊຸມລັບ ຕ້ອງເຮັດ ຢ່າງລະອຽດ, ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ
ໂດຍອີງໃສ່ຜົນການໄຕ່ສວນຄະດີ ໃນທີື່ປະຊຸມສານເປັນຕົີ້ນຕໍ ເພ ື່ອໃຫ້ຄໍາຕັດສີນ ຖ ກຕ້ອງ ແລະ ຍຸຕິທໍາ.
64